ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສີ​ລັງກາ ເລັ່ງ​ຊຸກຍູ້​ການ​ຜະລິດ​ ກະສິກຳ​ເພື່ອ​ສົ່ງ​ອອກ


      ສຳນັກ​ຂ່າວ​ຊິນ​ຮວາ​ ໃຫ້​ຮູ້ເມື່ອ​ບໍ່​ດົນ​ນີ້​ວ່າ: ທ່ານ ຣາ​ເມ​​ຊ ປາຖີ​ຣາ​ນາ ລັດຖະມົນຕີ ກະຊວງ​ອຸດສາຫະກຳ ການ​ປູກຝັງ ສີ​ລັງກາ ໄດ້​ມີ​ການ​ວາງ
​ແຜນ​ສ້າງ​ລາຍ​ໄດ້​ຈາກ​ການ​ຜະລິດ​ກະສິກຳ-ການ​ກະເສດ ແລະ ການ​ສົ່ງ​ອອກ​ຜະລິດ​ຕະ​ພັນ​ຢາງ 900 ລ້ານ​ໂດ​ລາ ແລະ ຜະລິດ​ຕະ​ພັນ​ສຳເລັດ​ຮູບ-ເຄິ່ງ​
ສຳເລັດ​ຮູບ​ຂອງ​ໝາກພ້າວ​ອີກ 700 ລ້ານ​ໂດ​ລາໃນ​ປີ 2023 ນີ້.

     ທ່ານ​ລັດຖະມົນຕີ ໃຫ້​ຮູ້​ອີ​ກວ່າ: ເນື່ອງ​ຈາກພາກ​ທຸລະ​ກິດດ້ານ​ການ​ປູກຝັງ, ການ​ກະເສດ​ໄດ້​ປະສົບ​ກັບ​ບັນຫາ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ,
ເສດຖະກິດ-ສັງຄົມ, ການ​ເງິນ​ໃນ​ໄລຍະ​ຜ່ານ​ມາ, ແມ່ນ​ຂາດແຄນ​ປຸ໋ຍ​ຊີວະ​ພາບ ແລະ ອື່ນໆ​ມີ​ການ​ປ່ຽນແປງ, ພ້ອມ​ດຽວ​ກັນ​ນັ້ນປະເທດ ສີ​ລັງກາ ຈະ​ມີ​
ການ​ວາງ​ແຜນ​ສົ່ງ​ອອກ​ຊາປີ​ນີ້ ຈຳນວນ 290 ລ້ານ​ກິ​ໂລກ​ຣາມ ແລະ ວາງ​ແຜນ​ພັດທະນາ​ອຸດສາຫະກຳ​ໝາກພ້າວ ເພື່ອ​ສ້າງ​ລາຍ​ໄດ້​ໃຫ້​ບັນລຸ 2 ຕື້​ໂດ​ລາ,
ດ້ວຍ​ການ​ສົ່ງ​ອອກ​ຜະລິດ​ຕະ​ພັນ​ໝາກພ້າວ​ໃຫ້​ໄດ້​ໃນ​ໄລຍະ​ຕໍ່ໜ້າ.

     ນອກ​ນີ້​ຍັງ​ມີ​ການ​ວາງ​ແຜນ​ຂະຫຍາຍ​ການ​ປູກ​ໝາກພ້າວ ທີ່​ແຂວງ​ທາງ​ພາກ​ເໜືອ​ຂອງ​ປະເທດ ເພື່ອ​ສ້າງ​ພູມີພາກ​ສາມຫຼ່ຽມ​ໝາກພ້າວ (coconut
triangle) ແຫ່ງ​ໃໝ່​ຕື່ມ​ອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/08/2023